ວັງນໍ້າໃສ່ເປັນແຫຼງທ່ອງທ່ຽວອີກບ່ອນໜຶ່ງທີ່ໜ້າສົນໃຈແລະມີບັນຍາກາດດີໆຟັງສຽງທຳມະຊາດສະຖານທີ່
ຕັ້ງຢູ່ບ້ານສີດອນໄຊ,ເມືອງຕົ້ນເຜິ້ງ,ແຂວງບໍ່ແກ້ວທາງເຂົ້າສາມແຍກປໍ້ານໍ້າມັນ
ນໍ້າເກິງໃຫມ່.
ວັງນໍ້າໃສ່
ເປີດແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງ ເມືອງສົບເບົາ ຄັກຫຼາຍໆ
ໃນວັນທີ 26 ພະຈິກ 2019 ໄດ້ມີພິທີເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວນໍ້າຕົກຕາດແດນພູສູງຢ່າງເປັນທາງການ ຢູ່ທີ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ເຂົ້າຮ່ວມເປີດປ້າຍ ແລະ ລັ່ນຄ້ອງ ມີທ່ານ ອຳພອນ ຄຳປັນຍາ ຮອງເລຂາພັກເມືອງ ເມືອງສົບເບົາ, ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງສົບເບົາ, ເມືອງອ້ອມຂ້າງ, ເຈົ້າຂອງກິດຈະການ ແລະ ປະຊາຊົນເຂດນໍ້າເຕີບເຂົ້າຮ່ວມ.
ໄດ້ເລີ່ມລົງມືຈັດຕັ້ງປະຕິບັດການກໍ່ສ້າງມາແຕ່ເດືອນມີນາປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະຫນັບສະຫນູນຈາກຄະນະພັກ, ອໍານາດການປົກຄອງບ້ານນໍ້າເຕີບ ແລະ ຄະນະພັກອໍານາດການປົກຄອງເມືອງສົບເບົາ, ເຊີ່ງມີອາຍຸສໍາປະທານ 40 ປີ, ມູນຄ່າການກໍ່ສ້າງ ແລະ ລົງທຶນທັງຫມົດ 539 ລ້ານກີບ, ກໍານົດການກໍ່ສ້າງເປັນ 2 ໄລຍະ ມາຮອດປະຈຸບັນໄດ້ປະຕິບັດສຳເລັດ 90%, ໂຄງການແມ່ນຈັດຕັ້ງປະຕິບັດໄປຕາມແຜນແມ່ບົດ ຢ່າງຖືກຕ້ອງ ແລະ ໄປຕາມລະບົບເຕັກນິກຢ່າງຄັກແນ່.
ກິດຈະກຳຫຼັກໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ປະກອບມີ: ສ້າງຂັ້ນໄດເຫຼັກຕັ້ງແຕ່ຫົວຕາດລົງຮອດຈຸດພັກຜ່ອນປະມານ 765 ຂັ້ນ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140 ແມັດ.
ນອກນີ້ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ, ສ້າງໜອງປາ, ສວນສັດ, ທະລຸເດີນຈອດລົດ, ເດີນຈັດກິດຈະກຳ, ເດີນຊົນງົວ, ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ, ສ້າງບ່ອນເກັບປີ້, ກໍ່ສ້າງເຮືອນພັກ ແລະ ອື່ນໆ ຄາດວ່າການກໍ່ສ້າງຕ່າງໆ ຈະປະຕິບັດໃຫ້ສໍາເລັດໃນປີ2020.
ไม่มีความคิดเห็น:
แสดงความคิดเห็น